ທີມງານຝຶກອົບຮົມກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາຢູ່ບັນດາວິສະຫະກິດ ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ.

          ໃນລະຫວ່າງວັນທີ 8-9 ມິຖຸນາ 2022 ທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ນຳພາທີມງານຝຶກອົບຮົມຈາກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄປທັດສະນະສຶກສາພື້ນຖານການຜະລິດກະສິກຳ ຢູ່ ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ.        

ສວນຜັກAGRO VEGE FARM

           ໃນໂອກາດດັ່ງກ່າວໄດ້ໄປຢ້ຽມຊົມ ໂຮງງານກາເຟດາວເຮືອງ, ສວນຜັກAGRO VEGE FARM, ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ, ສວນ ແລະ ໂຮງງານປຸງແຕ່ງຍາງພາລາ ທີ່ເປັນພາກທຸລະກິດສົ່ງອອກທີ່ມີລາຍຮັບສູງຂອງເມືອງບາຈຽງຈະເລີນສຸກ. ການດຳເນີນທຸລະກິດ ດັ່ງກ່າວໄດ້ຕິດພັນກັບການພັດທະນາພື້ນຖານໂຄ່ງລ່າງ, ການເກັບລ່າຍຮັບຂອງເມືອງ… ທຸລະກິດການປູກຝັງລ້ຽງສັດໄດ້ກາຍເປັນທ່າແຮງ ໃນການສະໜອງອາຫານປອດສານພິດ, ພືດຜັກປອດສານພິດໃຫ້ແກ່ຕະຫຼາດກະສິກຳປອດສານພິດ ບັນດາແຂວງພາກໃຕ້ ທີ່ນັບມື້ຫລາຍຂຶ້ນ,ອັນໄດ້ເຮັດໃຫ້ປະຊາຊົນ ແລະ ຜູ້ບໍລິໂພກຜະລິດຕະພັນທີ່ເຮັດຢູ່ລາວ ນັບມື້ນັບເພີ່ມຂື້ນທັງນິຍົມກັນບໍລິໂພກຜະລິດຕະພັນຂອງລາວທີ່ມີຄຸນນະພາບສູງ ສາມາດສະໜອງໃຫ້ແກ່ຄວາມຕ້ອງການຂອງຕະຫຼາດບັນດາແຂວງພາກໃຕ້ຢ່າງພຽງພໍ.

 

 

ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ

ສວນ ແລະ ໂຮງງານປຸງແຕ່ງຍາງພາລາ