ສສ ຫວຽດນາມ ປະດັບຫຼຽນໄຊໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ

ສສ ຫວຽດນາມ ປະດັບຫຼຽນໄຊໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ

    ພິທີປະດັບຫຼຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ໄດ້ຖືກຈັດຂຶ້ນ ຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2022 ທີ່ ຫໍປະຊຸມແຫ່ງຊາດ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022 ພ້ອມດ້ວຍຄະນະ; ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດລາວ; ມີບັນດາສະຫາຍການນໍາພັກ-ລັດຖະບານ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ຫວໍ ວັນ ເຖື້ອງ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະດັບຫຼຽນໄຊ ໃຫ້ແກ່ ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ທັງໝົດ 11 ສະຫາຍ, ດັ່ງນີ້:

ໄດ້ຮັບຫຼຽນໄຊດາວຄໍາ ມີ 2 ສະຫາຍ ຄື:  ສະຫາຍ ພັນຄໍາ ວິພາວັນ ແລະ ສະຫາຍ ໄຊສົມພອນ ພົມວິຫານ.

ໄດ້ຮັບຫຼຽນໄຊໂຮ່ຈິມິນ ມີ 4 ສະຫາຍ ຄື: ສະຫາຍ ກິແກ້ວ ໄຂຄໍາພິທູນ, ສະຫາຍ ພົອ. ວິໄລ ຫຼ້າຄໍາຟອງ, ສະຫາຍ ນາງ ສີໃສ ລືເດດມູນສອນ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ.

ໄດ້ຮັບຫຼຽນໄຊເອກະລາດ ຊັ້ນ I ມີ 5 ສະຫາຍ ຄື: ສະຫາຍ ຄໍາພັນ ເຜີຍຍະວົງ, ສະຫາຍ ອານຸພາບ ຕຸນາລົມ, ສະຫາຍ ທອງສະລິດ ມັງໝໍ່ເມກ, ສະຫາຍ ນາງ ສູນທອນ ໄຊຍະຈັກ ແລະ ສະຫາຍ ນາງ ວຽງທອງ ສີພັນດອນ.

ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ບັນດາສະຫາຍທີ່ໄດ້ຮັບການປະດັບຫຼຽນ ຂຶ້ນກ່າວຄຳຂອບໃຈ, ໂດຍໄດ້ສະແດງຄວາມ​ຮູ້​ສຶກ​ພາກ​ພູມ​ໃຈ ແລະ ຖື​ເປັນ​ກຽດ​ຢ່າງ​ສູງ ທີ່​ໄດ້​ເຂົ້າ​ຮ່ວມ​ພິ​ທີສະ​ເຫຼີມ​ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ອັນ​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ອັນ​ສູງ​ສົ່ງ​, ພິເສດ ແມ່ນການ​​ປະ​ດັບຫຼຽນ​ໄຊ​​ສູງ​ສຸດ​ຂອງ ສສ ຫວຽດ​ນາ​ມ ມອບໃຫ້​ແກ່ ການນໍາຂັ້ນສູງ ພັກ-ລັດ ສປປ ລາວ.

ການ​ທີ່ ​ພັກ-ລັດ ສສ ​ຫວຽດ​ນາມ ໄດ້​ຕົກ​ລົງ​ປະດັບຫຼຽນ​ໄຊ​ ໃຫ້ແກ່ ການນຳຂັ້ນສູງພັກ-ລັດ ຂອງ ສປປ ລາວ ໃນຄັ້ງນີ້, ຖືເປັນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ, ​ເປັນ​ລາງວັນ​ລະ​ດັບ​ສູງ​ສຸດ​ຂອງ ພັກ ແລະ ລັດຖະບານ ແຫ່ງ ສ​ສ ຫວຽດ​ນ​າມ ມອບໃຫ້​ ການນໍາພັກ-ລັດ ສປປ ລາວ, ບໍ່​ສະ​ເພາະ​ແຕ່​ສ່ວນ​ຕົວ​ຂອງບັນດາສະຫາຍທີ່ໄດ້ຮັບການຍ້ອງຍໍ​ເທົ່າ​ນັ້ນ, ແຕ່​ຍັງ​ສະ​ແດງ​ເຖິງ​ການ​ຮັບ​ຮູ້​ອັນ​ເລິກ​ເຊິ່ງ ແລະ ຖື​ເປັນ​ກຽດ​ອັນ​ສູງ​ສົ່ງ ທີ່​ມີ​ຕໍ່ ພັກ-ລັດ ແຫ່ງ ສປປ ​ລາວ ອີກ​ດ້ວຍ. ການໄດ້​ຮັບການປະດັບຫຼຽນ​ໄຊ​ສູງ​ສຸດ ຊຶ່ງ​ເປັນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ຂອງ​ ສະ​ຫາຍ ​ຫວຽດ​ນາມ ມອບໃຫ້ໃນຄັ້ງນີ້, ນອກ​ຈາກ​ເປັນ​ກຽດ​ສັກ​ສີ​ແລ້ວ ຍັງ​ເປັນ​ກຳ​ລັງ​ໃຈອັນ​ໃຫຍ່ຫຼວງ, ທັງ​ຖື​ເປັນ​ພັນ​ທະ​ຂອງ​ຕົນ ຕໍ່​ການ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ ພາ​ລະ​ກິດປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມິດ​ຕະ​ພາບ​ອັນ​ມີ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ ສອງ​ຊາດ ລາວ-ຫວຽດ​ນາ​ມ, ຫວຽດ​ນາມ-ລາວ ໃຫ້ໄດ້​ຮັບ​ການ​ຖະ​ນຸ​ຖະ​ໜອມ, ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ ​ຈະ​ເລີນງອກ​ງາມ​ຕະຫຼອດ​ໄປ. ປັດ​ຈຸ​ບັ​ນ, ໃນ​ຍຸກ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງສາພັດ​ທະ​ນາ​ປະ​ເທດ​, ມິດ​ຕະ​ພາບທີ່​ມີ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ຂອງ​ສອງ​     ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດນາມ​ ​ໄດ້​ກາຍ​ເປັນ​ກົດ​ເກນພາ​ວະ​ວິໄສ​ ແຫ່ງ​ການ​ຄົງ​ຕົວ ແລະ ຂະ​ຫຍາຍ​ຕົວ​ຂອງ​ສອງ​ຊາດ. ພວກ​ເຮົາ​ຈະ​ພ້ອມ​ກັນ​ຖະ​ນຸ​ຖະ​ໜອມ, ​ບໍ່ໃຫ້ຈືດຈາງລົງຕາມການເວລາ ແລະ ຈະໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງທັງລວງກວ້າງ ແລະ ລວງເລິກ ໄວ້​ໃຫ້​ເຊັ່ນ​ລູກ, ຫຼານ, ເຫຼັນ, ຫຼ້ອນ ຂອງ​ພວກ​ເຮົາ ​ໄດ້​ສືບ​ຕໍ່​ປົກ​ປັກ​ຮັກ​ສາໄປ​ຈົນ​ເທົ້າ​ກາ​ລະ​ນານ ແລະ ຈະ​ບໍ່​ໃຫ້​ສັດ​ຕູ​ໂຕ​ໃດ​ມາ​ມ້າງ​ເພທໍາລາຍ​ໄດ້.

ພ້ອມນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການ ໃຫ້ແກ່ພາລະກິດປະຕິວັດຂອງ ປະຊາຊົນລາວ ຕະຫຼອດມາ, ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພ້ອມທັງ, ໄດ້ອວຍພອນໃຫ້ ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ຜູ້ມີກຽດສະຫງ່າ ຈົ່ງປະສົບຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ຫັນປະເທດເປັນປະເທດອຸດສາຫະກຳຕາມທິດທັນສະໄໝ ແລະ ອວຍພອນໄຊອັນປະເສີດ ໃຫ້ແກ່ ສະຫາຍ ຫວໍ ວັນ ເຖື້ອງ ພ້ອມດ້ວຍຄະນະ ແລະ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງບັນດາສະຫາຍ ການນໍາ ຂອງ ພັກ ແລະ ລັດ ແຫ່ງ ສສ ຫວຽດນາມ. ພ້ອມນີ້, ກໍໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ການໃຫ້ກຽດເຂົ້າຮ່ວມພິທີສໍາຄັນນີ້ ຂອງ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງ​ແກ່ນຕະຫຼອດກາລະນານ.

ພິທີປະດັບຫຼຽນໄຊ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ການນໍາຂັ້ນສູງ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ຢ່າງຍິງໃຫຍ່ສົມກຽດ ແລະ ມີຄວາມໝາຍລໍ້າຄ່າ, ໃນ​ທ່າມ​ກາງ​ບັນ​ຍາ​ກາດ ​ທີ່​ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ ກໍາລັງ​ສະ​ເຫຼີມ​ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ ເພື່ອລະນຶກເຖິງສອງວັນສໍາຄັນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ-ຫວຽດນາມ ຄື: ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ຄົບ​ຮອບ 60 ປີ ແລະ ວັນເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລາວ-ຫວຽດ​ນາມ ຄົບ​ຮອບ 45 ປີ.