ພິທີເປີດຊຸດອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ.

ພິທີເປີດຊຸດອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ.


     ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ໃນລະຫວ່າງວັນທີ 20-22 ກັນຍາ 2022 ຜ່ານມາ, ຢູ່ທີ່ຫ້ອງປະຊຸມຊັ້ນ3ຂອງຫ້ອງວ່າການແຂວງ ບໍລິຄໍາໄຊ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດກ່າວເປີດໂດຍ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ, ເຂົ້າຮ່ວມມີທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ, ມີພະນັກງານຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 10 ທ່ານ.
 ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອແນ່ໃສ່ຍົກລະດັບລະດັບຄວາມຮູ້, ຄວາມສາມາດ ກ່ຽວກັບວຽກງານໄອທີ ໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ໃນການນໍາໃຊ້ເຄື່ອງມືເຕັັກໂນໂລຊີທີທັນສະໄໝ ເຂົ້າໃນປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງເປັນການສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.
ເນື້ອໃນການຝຶກອົບຮົມປະກອບມີ 3 ບົດດັ່ງລຸ່ມນີ້:
              1.ຄວາມຮູ້ພື້ນຖານຂອງອຸປະກອນຄອມພິວເຕີ (Hardware)
              2.ການຕິດຕັ້ງ Windows ແລະ Program
               3.ວິທີການບໍາລຸງຮັກສາຄອມພິວເຕີ
    ນອກຈາກສາມຫົວຂໍ້ດັ່ງກາ່ວຍັງໄດ້ຝຶກເຕັກນິກຕ່າງໆ ເປັນຕົ້ນວິທີການເຮັດວຽກທາງອອນລາຍ, ການສ້າງ ແລະ ວິທີເກັບຮັກສາຂໍ້ມູນ, ວິທີການຄົ້ນຫາຂໍ້ມູນຜ່ານອິນເຕີເນັດ, ວິທີການຂ້າໄວຣັດ.
      ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນເປັນເວລາ 3 ວັນຄືວັນທີ 20-22/09/2022 ຈຶ່ງໄດ້ປິດລົງຢ່າງເປັນທາງການ, ໃຫ້ກຽດກ່າວປິດ ແລະ ມອບໃບຢັ້ງຢືນຄັ້ງນີ້ໂດຍ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໃນໂອກາດທີ່ມີຄວາມໝາຍ ຄວາມສຳຄັນດັ່ງກ່າວ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ ຕໍ່ນັກສຳມະນາກອນ, ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ນັກສຳມະນາກອນທຸກທ່ານ ຈົ່ງນຳເອົາບົດຮຽນທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ໃຫ້ໄດ້ຮັບການພັດທະນາຢ່າງຈະແຈ້ງ ແລະ ມີປະສິດທິຜົນຍິ່ງຂື້ນໃນຕໍ່ໜ້າ.

ຂ່າວ-ພາບ: ສຸລິຍາ ອິນທະວົງ