ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ.

      ໃນຕອນເຊົ້າ ວັນທີ 26 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກຄັ້ງທີ 4 ສະໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເຂົ້າຮ່ວມແລະເປັນປະທານ ພ້ອມທັງກ່າວເປີດພິທີ ໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້້າຮ່ວມມີ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຫົວ ໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງ ພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

  ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວປະຕິບັດວຽກງານໂຄສະນາອົບຮົມຕະຫຼອດໄລຍະ 1ປີຜ່ານມາ ພ້ອມທັງຂໍ້ຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂໃນປີ2023 ທີ່ຈະມາເຖິງ.

    ຫຼັງຈາກນັ້ນ ໄດ້ມີການປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ຕາມການເຈາະຈີ້ມຂອງປະທານຢ່າງກົງໄປກົງມາໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ວຽກຂອງ ຄະນະໂຄສະນາອົບຮົມສູນກາງພັກ, ການສະຫຼຸບຕິີລາຄາການຊີ້ນຳ-ນຳພາຂອງຄະນະພັກ ຄອສພ, ວຽກງານວິຊາສະເພາະ ໃນຕະຫຼອດໄລຍະ 1ປີຜ່ານມາ ແລະ ທິດທາງໃນປີ2023.

        ກອງປະຊຸມເປີດກວ້າງ ຄັ້ງນີ້ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຊີ້ນໍາຈາກ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການ ຈັດຕັ້ງປະຕິບັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V  ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະໂຄສະນາອົບຮົມສູນກາງພັກ, ບັນດາມະຕິ, ຄໍາສັ່ງຕ່າງໆ ຂອງພັກ ນອກຈາກນັ້ນ ສະຫາຍ ຍັງໄດ້ຊີ້ນໍາໃຫ້ສືບຕໍ່ເສີມຂະຫຍາຍດ້ານດີ ທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນແຕ່ລະດ້ານ ທັງຮຽກຮ້ອງໃຫ້ຄະນະບໍລິຫານງານພັກ ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍບັນດາວຽກງານຈຸດສຸມຂອງໂຄສະນາອົບຮົມໃຫ້ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ; ສູ້ຊົນ ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມແຂງ, ຕອບຕ້ານສື່ສັງຄົມອອນລາຍຢ່າງທັນການ ແລະ ເປັນເສນາທິການທີ່ດີທາງດ້ານການເມືອງ-ແນວຄິດໃຫ້ແກ່ຄະນະເລຂາທິການສູນກາງພັກ ແລະ ກົມການເມືອງສູນກາງພັກ.