ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ.

ໃນຕອນເຊົ້າຂອງວັນທີ 10 ກຸມພາ 2023, ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ(01/02/1956- 01/02/2023), ໃຫ້ກຽດປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກໍາມະບານ ຄອສພ, ຄະນະກໍາມະບານຮາກຖານ ພ້ອມດ້ວຍສະມາຊິກສະຫະພັນກໍາມະບານທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການປາຖະກະຖາແມ່ນເພື່ອເຮັດໃຫ້ສະມາຊິກກໍາມະບານໃນທົ່ວຄະນະໂຄສະນາອົບຮົມສູນກາງໄດ້ຫວນຄືນມູນເຊື້ອ ແລະ ຜົນງານການປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງອົງການຈັດຕັ້ງກໍາມະບານລາວໃນໄລຍະການປະຕິວັດຊາດປະຊາທິປະໄຕ ແລະ ໄລຍະແຫ່ງການປົກປັກຮັກສາສ້າງສາພັດທະນາປະເທດຊາດ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ-ລັດຖະກອນໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພາລະບົດບາດ, ຫນ້າທີ່ຂອງອົງການຈັດຕັ້ງກໍາມະບານລາວ ໃນໄລຍະໃຫມ່ຂອງການປະຕິວັດ, ຊຶ່ງເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊົ້ນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວໃນທົ່ວປະເທດ.

ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນໄດ້ ໄດ້ເລົ່າຄືນມູນເຊື້ອຄວາມເປັນມາ, ຄວາມໝາຍ, ຄວາມສໍາຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນ ກຳມະບານລາວ ທີ່ໄດ້ປະກອບສ່ວນເຂົ້າໃນ ພາລະກິດປົດປ່ອຍຊາດໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ສະຫະພັນກຳມະບານລາວເຮົາ ແມ່ນກ້ອນກຳລັງແຮງໜຶ່ງຂອງການປະຕິວັດລາວໃນການປະກອບສ່ວນເຂົ້າໃນການຕໍ່ ສູ້ກູ້ຊາດຈົນໄດ້ຮັບໄຊຊະນະຢ່າງສົມບູນ.

ໃນຕອນທ້າຍ ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກກຳມະບານແຕ່ລະສະຫາຍເພີ່ມທະວີເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ -ແນວຄິດໃຫ້ດີ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພາຍໃນກໍາມະບານຮາກຖານຂອງຕົນ ແລະ ນຳເອົາເນື້ອໃນຈິດໃຈຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງ ສະຫະພັນກໍາມະບານລາວວາງອອກເພື່ອນໍາໄປຈັດຕັ້ງປະຕິບັດ; ປະກອບສ່ວນຢ່າງສົມກຽດເຂົ້າໃນການປຸກລະດົມ, ສຶກສາອົບຮົມຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານ-ລັດຖະກອນໃຫ້ມີຄວາມໜັກແໜ້ນ, ເປັນກຳລັງແຮງຍຸດທະສາດຂອງພັກ ແລະ ຂອງຊາດໃນການນຳເອົາປະເທດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.

ຫຼັງຈາກນັ້ນໃນວາລະທີ 2 ໂດຍຕິດພັນການປາຖະກະຖາ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກໍາມະບານ ຄອສພ ໄດ້ຂຶ້ນລາຍງານການເຄື່ອນໄຫວວຽກງານກຳມະບານ ແລະ ສະຫຼຸບຂໍ້ແຂ່ງ 5 ເປັນເຈົ້າ ຂອງຄອສພ ໃນໄລຍະ 1ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າ ເພື່ອແນ່ໃສປັບປຸງວຽກງານເຮັດໃຫ້ສະຫະພັນກຳມະບານ ຄອສພມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ຫຼັງຈາກນັ້ນ ໄດ້ຈັດພິທີມອບໃບຍ້ອງຍໍ 5 ເປັນເຈົ້າໃຫ້ແກ່ສະຫະພັນກຳມະບານ ຄອສພ ແລະ ບັນດາສະມາຊິກກຳມະບານໃນທົ່ວ ຄອສພ ຢ່າງຟົດຟື້ນມ່ວນຊື່ນ.