ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ. ໃນຕອນເຊົ້າຂອງວັນທີ 10 ກຸມພາ 2023, ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 67 ປີ(01/02/1956- 01/02/2023), ໃຫ້ກຽດປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກໍາມະບານ ຄອສພ, ຄະນະກໍາມະບານຮາກຖານ ພ້ອມດ້ວຍສະມາຊິກສະຫະພັນກໍາມະບານທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການປາຖະກະຖາແມ່ນເພື່ອເຮັດໃຫ້ສະມາຊິກກໍາມະບານໃນທົ່ວຄະນະໂຄສະນາອົບຮົມສູນກາງໄດ້ຫວນຄືນມູນເຊື້ອ ແລະ ຜົນງານການປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງອົງການຈັດຕັ້ງກໍາມະບານລາວໃນໄລຍະການປະຕິວັດຊາດປະຊາທິປະໄຕ ແລະ ໄລຍະແຫ່ງການປົກປັກຮັກສາສ້າງສາພັດທະນາປະເທດຊາດ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ-ລັດຖະກອນໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພາລະບົດບາດ, ຫນ້າທີ່ຂອງອົງການຈັດຕັ້ງກໍາມະບານລາວ ໃນໄລຍະໃຫມ່ຂອງການປະຕິວັດ, ຊຶ່ງເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊົ້ນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວໃນທົ່ວປະເທດ. ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, […]