ກອງປະຊຸມສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ (video conference).

ກອງປະຊຸມສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ (video conference).

ໃນຕອນເຊົ້າຂອງ ວັນທີ 26 ກໍລະກົດ 2023, ພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈຳໄຕມາດ II (4,5,6)  ແລະ ທິດທາງປະຈຳໄຕມາດ III (7,8,9)   ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຜູ້ຊີ້ນໍາວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ,  ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງທົ່ວປະເທດ, ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບເວັບໄຊສ ແລະ ພະນັກງານວິຊາການ ພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ.

ໃນພິທີ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຜູ້ຊີ້ນໍາວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ: ຮັບຟັງການສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈໍາໄຕມາດ II (4,5,6)  ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາໄຕມາດ III (7,8,9)  ປະຈໍາປີ 2023 ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບຸກຄະລາກອນ ຜູ້ທີ່ຈະຮັບຜິດຊອບວຽກງານຂະແໜງຂໍ້ມູນຂ່າວສານ ຂອງຄະນະໂຄສະນາອົບຮົມແຕ່ລະແຂວງຢ່າງເຄັ່ງຮ້ອນ ເພື່ອປະສານງານກັບສູນກາງ ແລະ ຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ໃຫ້ມີຄວາມຄ່ອງແຄ້ວ ແລະ ມີປະສິດທິພາບສູງ.

ຫຼັງຈາກນັ້ນ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ໃນການຮັບໃຊ້ໃຫ້ແກ່ຄະນະພັກ, ຄະນະນໍາ ໃນການໂຄສະນາເຜີຍແຜ່ການເຄື່ອນໄຫວ, ບັນດາມະຕິຄໍາສັ່ງຕ່າງໆໃຫ້ມີຄວາມສະດວກ ວ່ອງໄວກ້າວໄປສູ່ທັນສະໄໝໃນຍຸກດີຈີຕອນ 4,0 ເພື່ອຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນສູງ.

ກອງປະຊຸມໄດ້ຮັບຟັງ ການລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈໍາໄຕມາດ II (4-5-6) ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາໄຕມາດ III (7-8-9) ປະຈໍາປີ 2023 ພ້ອມທັງຂໍ້ສະເໜີ, ຈຸດດີ, ຈຸດອ່ອນຂໍ້ຄົງຄ້າງ ແລະ ທິດທາງວິທີການແກ້ໄຂໃນຕໍ່ໜ້າ ຈາກ 17 ແຂວງ 1 ນະຄອນຫຼວງວຽງຈັນ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊ ) ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ,  ສ້າງໃຫ້ຄະນະໂຄສະນາອົບຮົມບັນດາແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກບາງບັນຫາເຊັ່ນ:

  1. ຄະນະໂຄສະນາອົບຮົມແຂວງຕ້ອງເປັນເຈົ້າການເລືອກເຟັ້ນພະນັກງານຜູ້ທີີ່ມີພອນສະຫວັນ, ມີຄວາມຮູ້, ຄວາມສາມາດມາຮັບຜິດຊອບວຽກງານດັ່ງກ່າວ ຜູ້ທີີ່ຖືກແຕ່ງຕັ້ງຈະເປັນຜູ້ເກົ່າ ຫຼື ຜູ້ໃຫມ່ ຕ້ອງໄດ້ເອົາໃຈໃສ່ຍາດແຍ່ງຄວາມຮູ້ນໍາຜູ້ຮັບຜິດຊອບທາງສູນກາງ ເພືີ່ອພັດທະນາວຽກງານໃຫ້ສໍາເລັດໄດ້ຮັບໝາກຜົນທີີ່ດີ ຕໍ່ກັບບັນຫານີ້ຢາກໃຫ້ເອົາໃຈໃສ່ຢ່າງເລິກເຊິ່ງ.
  2. ຕິດຕາມກວດກາຄືນການເຄືີ່ອນໄຫວເທິງຫນ້າກະດານຂ່າວເອເລັກໂຕຣນິກ(ເວັບໄຊ) ຂອງແຂວງຕົນໃນບັນດາເມນູ, ຄລໍາຕ່າງໆ ມີບົດຂ່າວ ບົດຄວາມ ຫຼື ຂໍ້ມູນຕ່າງໆ ມີການເຜີຍແຜ່ເປັນປົກກະຕິບໍ່ ຢາກໃຫ້ຜູ້ຊີ້ນໍາວຽກງານເວັບໄຊຂອງຄະນະໂຄສະນາອົບຮົມແຂວງຕິດຕາມກວດກາຄືນ.
  3. ພະຍາຍາມສ້າງການພົວພັນ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ສ້າງການຫັນປ່ຽນໃຫ້ເມືອງມີການປະສານຂໍ້ມູນ ບົດຂ່າວການເຄືີ່ອນໄຫວຂອງເມືອງ ລົງໃນເວັບໄຊ ທັງເປັນການກໍ່ສ້າງພະນັກງານໃນຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນຫັນເປັນທັນສະໄຫມໃນວຽກງານໂຄສະນາອົບຮົມ, ຄະນະໂຄສະນາອົບຮົມແຂວງຕ້ອງເປັນເຈົ້າການຊ່ວຍ ຄະນະໂຄສະນາອົບຮົມເມືອງໃນການເຄື່ອນໄຫວວຽກງານເວັບໄຊ.
  4. ສ້າງກົນໄກການປະສານລະຫວ່າງຜູ້ຮັບຜິດຊອບເວັບໄຊຄະນະໂຄສະນາອົບຮົມແຂວງ ແລະ ທີມງານທາງສູນກາງ, ແຂວງໃດທີີ່ມີຂໍ້ຄົງຄ້າງກໍໃຫ້ຮີບຮ້ອນສະເຫນີຊ່ວຍກັນ, ທາງສູນກາງມີຄວາມພ້ອມທີີ່ຈະຊ່ວຍແກ້ໄຂໃນຂໍ້ຄົງຄ້າງຂອງແຕ່ລະແຂວງ.

ໃຫ້ບັນດາແຂວງສືບຕໍ່ປັບປຸງຂອດທີີ່ຍັງຄົງຄ້າງໃຫ້ສໍາເລັດ ເພື່ອປັບປຸງວຽກງານໃຫ້ມີຄຸນນະພາບທີີ່ສູງຂືື້ນ ພ້ອມກັນຫັນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃຫມ່.