ອົບຮົມທິດສະດີ-ແນວທາງ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ອ້ອມຂ້າງເມືອງໄຊ ແຂວງອຸດົມໄຊ

ອົບຮົມທິດສະດີແນວທາງ ໃຫ້ຄູອາຈານສອນວິຊາສັງຄົມການເມືອງ  ຢູ່ອ້ອມຂ້າງເມືອງໄຊ ແຂວງອຸດົມໄຊ

          ໃນ​ລະ​ຫວ່າງວັນ​ທີ 12-13 ກໍ​ລະ​ກົດ 2023 ຄະ​ນະ​ໂຄ​ສະ​ນາ​ອົ​ບ​ຮົມ​ສູນ​ກາງ​ພັກ (ກົມ​ອົ​ບ​ຮົມ) ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ອຸ​ດົມ​ໄຊ ຈັດ​ຕັ້ງ​ອົບ​ຮົມ​ທິດ​ສະ​ດີ-ແນວ​ທາງ ໃຫ້​ຄູ-ອາ​ຈານ​ສອນ​ວິ​ຊາ​ສັງ​ຄົມ-ການ​ເມືອງ ຢູ່​ອ້ອມ​ຂ້າງ​ເທດ​ສະ​ບານ​ເມືອງ​ໄຊ ແຂວງ​ອຸ​ດົມ​ໄຊ ຊຸດ​ອົບ​ຮົມ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ທີ່​ຫ້ອງ​ປະ​ຊຸມ​ສູນ​ໄອ​ຊິ​ທີ (ICT) ໂຮງ​ຮຽນ ມ​ສ ໜອງ​ແມງ​ດາ ເມືອງ​ໄຊ ແຂວງ​ອຸ​ດົມ​ໄຊ ໂດຍ​ການ​ເປັນ​ປະ​ທານ​ຂອງ​ສະ​ຫາຍ ມໍ ຊົງ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ ຫົວ​ໜ້າຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ອຸ​ດົມ​ໄຊ, ມີ​ສະ​ຫາຍ​ຄຳ​ກອງ ທຳມະ​ເທວາ ຄະ​ນະ​ພັກ ຫົວ​ໜ້າ​ກົມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນກ​າງ​ພັກ ພ້ອມ​ດ້ວຍ​ນັກ​ອົບ​ຮົມ​ເຂົ້າ​ຮ່ວມ.

ຊຸດ​ອົບ​ຮົມ​ດັ່ງ​ກ່າວ​ມີ​ຜຸ້​ເຂົ້າ​ຮ່​ວ​ມ​ທັງ​ໝົດ 37 ສະ​ຫາຍ, ຍິງ 18 ສະ​ຫາຍ​ທີ່​ມາ​ຈາກໂຮງ​ຮຽນ ມ​ສ  ຫ້ວຍ​ຂຸມ, ໂຮງ​ຮຽນ ມ​ສ ດອນໄຊ, ​ສູນ​ສຶ​ກ​ສາ​ນອກ​ໂຮງ​ຮຽນ ​ແລະ ວິ​ທະ​ຍາ​ໄລ​ວິ​ຊາ​ຊີບ​ແບບ​ປະ​ສົມ​ປະ​ສານ ຊຶ່ງ​ເນື້ອ​ໃນ​ອົບ​ຮົມ​ປະ​ກອບ​ມີ: 1. ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ທິດ​ສະ​ດີ​ມາກ-ເລ​ນິນ, 2. ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຂອງ​ຊາດ​ລາວ, 3. ສ້າງ ແລະ ບູ​ລະ​ນະ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ-ຕາມ​ທິດ​ສັງ​ຄົມ​ນິ​ຍົມ, 4. ແນວ​ທາງ​ການ​ສຶກ​ສາ​ຂອງ​ພັກ​ເຮົາ, 5. ພັດ​ທະ​ນາ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ກາ​ນະ​ດ​ທະ​ນາ​ວັດ​ທະ​ນະ​ທຳ-ສັງ​ຄົມ ແລະ 6. ຈັນ​ຍາ​ບັນ​ຂອງ​ຄູ.

ຈຸດ​ປະ​ສົງ​ຂອງ​ການ​ອົບ​ຮົມ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​​ເປັນ​ການຍົກ​ລະ​ດັບ​ຄວາມຮູ້ທາງ​ດ້ານ​ທິດ​ສະ​ດີ ແລະ ແນວ​ທາງຂອງ​ພັກ, ຮັບ​ຮູ້-ເຂົ້າ​ໃຈ​ກ່ຽວ​ກັບ​ແນວ​ທາງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ແນວ​ທາງ​ການ​ສຶກ​ສາ​ຂອງ​ພັກ-ລັດ​ເຮົາ ແລະ ຈັນ​ຍາ​ບັນ​ຂອງ​ຄູ ເພື່ອ​ເຮັດ​ໃຫ້​ບັນ​ດາຄູ-​ຈານ​ທ​ີ່​ເຂົ້າ​ຮ່ວມ​ອົບ​ຮົມມີ​ທັດ​ສະ​ນະຫຼັກ​ໝັ້ນທີ່ໜັກ​ແໜ້ນ, ມີຈັນຍາບັນຂອງຄວາມເປັນຄູອາຈານ ແລະ ມີຄວາມເຊື່ອໝັ້ນຕໍ່​ການ​ນຳ​ພາ​ຂອງ​ພັກ, ເຫັນ​ແຈ້ງ​ຕໍ່​ອາ​ນາ​ຄົດ​ອັນ​ດີ​ຂອງ​ປະ​ເທດ​ຊາດ ແລະ ສືບ​ຕໍ່​ເຮັດ​ສຳ​ເລັດ​ໜ້າ​ທີ່ກ​ານງານ​ຂອງ​ຕົນ​ທີ່ໄດ້ຮັບມອບໝາຍ.

ພາຍ​ຫຼັງ​ສຳ​ເລັດ​ການ​ອົບ​ຮົມ​ແລ້ວ​ກໍ​ໄດ້ມີການ​​ສະຫຼຸບ​ຖອດ​ຖອນ​ບົດ​ຮຽນ​ພ້ອມ​ທັງ​ມອບ​ໃບ​ຢັ້ງ​ຢືນ ແລ​ະ ໄດ້​ຮັບ​ກຽດໃຫ້ການ​ໂອ້​ລົມ​ຈາກສະ​ຫາຍ ມໍ ຊົງ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ​ ຫົວໜ້າຄະນະໂຄສະນາອົບຮົມແຂວງຕື່ມ​ອີກ.

ຂ່າວ: ກິ​ຕ໋ອມ ພັນທະວົງ