
ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.
ໃນໂອກາດດັ່ງກ່າວ, ທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານທູດອົສຕຣາລີ ປະຈຳລາວ ທີ່ໄດ້ມາສະແດງຄວາມຊົມເຊີຍຕໍ່ ການຮັບໜ້າທີ່ກຳມະການກົມການເມືອງສູນກາງ ພັກ, ຈາກນັ້ນ. ສອງຝ່າຍໄດ້ທົບທວນໂດຍສັງເຂບກ່ຽວກັບການ ຮ່ວມມມື ລະຫວ່າງ ລາວ-ອົສຕຣາລີໃນໄລ ຍະຜ່ານມາ, ໂດຍໄດ້ເນັ້ນໜັກກ່ຽວກັບສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມາແຕ່ດົນນານລະຫວ່າງ ສປປ ລາວ – ອົສຕຣາລີ ເວົ້າລວມ ເວົ້າສະເພາະ ກໍຄືການຮວມມື. ໃນຂະແໜງສື່ມວນຊົນຂອງສອງປະເທດລາວ – ອົສຕຣາລີ ທີ່ມີມາແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ໂອກາດນີ້ທ່ານຫົວໜ້າໂຄສະນາອົບຮົມສູນກາງ ພັກຍັງໄດ້ລາຍງານໃຫ້ທ່ານທູດໄດ້ຮັບຊາບກ່ຽວກັບພາລະບົດບາດ ແລະ ໜ້າທີ່ ຂອງຄະນະໂຄສະນາອົບ ຮົມສູນກາງພັກພາຍຫຼັງມີການປັບປຸງກົງຈັກການຈັດຕັ້ງຄືນໃໝ່, ໃນຂະນະດຽວກັນສອງຝ່າຍຍັງໄດ້ສົນທະນາ ແລະ ປຶກສາ ຫາລືກ່ຽວກັບການສືບຕໍ່ເພີ່ມທະວີທິດທາງແຜນການຮ່ວມມືສອງຝ່າຍ ລະຫວ່າງ ລາວ-ອົສຕຣາລີ ໃນຕໍ່ໜ້າຕື່ມອີກ.
ທ່ານທູດອົສຕຣາລີ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ຖືກ ແຕ່ງຕັ້ງຮັບໜ້າທີ່ໃໝ່ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຮ່ວມມືທີ່ດີ ໃນການສະໜັບສະ ໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ເວົ້າລວມ ເວົ້າສະເພາະ ໃນຂົງເຂດວຽກງານສື່ມວນຊົນຂອງສອງປະເທດໃຫ້ນັບ ມື້ແຕກດອກອອກຜົນຍິ່ງໆຂຶ້ນ.

(ຂ່າວ:ປຊຊ; ພາບ:ພນ.ຕຂສ)


