ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ, ຮ່າງແຜນພັດ ທະ ນາວຽກງານໂຄສະນາອົບຮົມ, ຮ່າງບົດສໍາຫຼວດການນໍາພາລວມຂອງ ຄະນະບໍລິຫານງານພັກ ຄອສພ ສະໄໝທີ V ແລະ ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ຄອສພ ສະໄໝທີ VI (ຮອບ II).


ໃນຕອນເຊົ້າວັນທີ 13 ພຶດສະພາ 2026 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາວຽກງານໂຄສະນາອົບຮົມ, ບົດສຳຫຼວດການນຳພາລວມຂອງ ຄະນະບໍລິຫານງານພັກ ຄອສພ ສະໄໝທີ V ແລະ ທາບທາມບຸກຄງະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ສະໄໝທີ VI ອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ; ໂດຍໃຫ້ກຽດເປັນປະທານກອງປະຊຸມ ໂດຍສະຫາຍ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຮອງເລຂາຄະນະພັກ, ຄະນະບໍລິຫານງານພັກ, ຄະນະພັກຮາກ ຖານ, ຄະນະໜ່ວຍພັກ ແລະ ຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມ.

ຈຸດປະສົງຂອງການດໍາເນີນກອງປະຊຸມແມ່ນເພື່ອ: ປະກອບຄໍາເຫັນຕໍ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ, ຮ່າງບົດສໍາຫຼວດການນໍາພາລວມ ແລະ ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI ( ຮອບທີ II ).




ໃນກອງປະຊຸມໄດ້ຮັບຟັງການຜ່ານ ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຄອສພ ສະໄໝທີ V ສະເໜີໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສາໍຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ ສະເໜີໂດຍ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ; ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ຄອສພ ສະໄໝທີ V ສະເໜີໂດຍ ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງເລຂາຄະນະບໍລິິຫານງານພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ຫຼັງຈາກນັ້ນ ສະຫາຍ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ທ່ານໄດ້ຍົກໃຫ້ເຫັນເຖິງ ຄວາມສໍາຄັນໃນການປະກອບຄໍາຄິດຄໍາເຫັນໃສ່ 3 ເອກະສານ. ທ່ານໄດ້ເນັ້ນໜັກ ແລະ ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ຄິດຫງໍາໃນການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນເອກະສານກອງປະຊຸມໃຫຍ່ ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ມີເນື້ອໃນອຸດົມສົມບູນແລະຮັດກຸມ. ນອກຈາກນີ້ ທ່ານຍັງໄດ້ເນັ້ນໜັກເຖິງການທາບທາມບຸກຄະລາກອນຄັ້ງນີ້ ໃຫ້ຮັບປະກັນທາງດ້ານໂຄງປະກອບ ພະນັກງານ 3 ຮຸ່ນ, ເພດ, ເຜົາ.
ກອງປະຊຸມໄດ້ມີການປະກອບຄໍາຄິດຄໍາເຫັນຕໍ່ 3 ເອກສານສໍາຄັນດັ່ງກ່າວຢ່າງເລິກເຊິ່ງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນເອກະສານດັ່ງກ່າວຄົບ ຖ້ວນສົມບູນ. ຫຼັງຈາກນັ້ນ,ໃນພິທີໄດ້ມີການທາບທາມເອົາບຸກຄະລາກອນ ທີ່ສະໝັກເຂົ້າເປັນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI ( ຮອບທີ II ) ແລະ ທາບທາມ ຄະນະປະຈໍາພັກ, ເລຂາ, ຮອງເລຂາ ຄະນະພັກ, ປະທານ ແລະ ຮອງປະທານກວດກາ.