ຫ້ອງການ ຄອສພ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ III.

ຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ III ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງໄຊຍະບູລີ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18-19  ສິງຫາ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ພາຍໃຕ້ການເປັນປະທານ ພ້ອມທັງໃຫ້ກຽດຮັບຟັງ, ກ່າວເປີດ-ກ່າວປິດຊຸດຝຶກອົບຮົມ ຂອງສະຫາຍ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ; ໃຫ້ກຽດເປັນວິທະຍາກອນ ຂອງສະຫາຍ ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ; ມີບັນດາສະຫາຍກຳມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໝ້າ-ຮອງຫົວໝ້າພະແນກການ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກຊ-ປກຊ ແຂວງ, ບັນດາສະຫາຍ ຮອງເລຂາຄະນະບໍລິຫານພັກເມືອງ, ຫົວໝ້າຄະນະໂຄສະນາອົບຮົມ 11 ເມືອງ ພາຍໃນແຂວງໄຊຍະບູລີ (ນັກສໍາມະນາກອນ) ແລະ ພະນັກງານຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ ຈໍານວນ 80 ສະຫາຍ, ຍິງ 22 ສະຫາຍ.

ການຝຶກອົບຮົມຄັ້ງນີ້ ຖືເປັນການຍົກລະດັບຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ຖັນແຖວພະນັກງານການ ເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະ ແມ່ນການເພີ່ມຂີດຄວາມສາມາດໃຫ້ແກ່ພະນັກງານ ຜູ້ທີ່ຮັບຜິດຊອບວຽກງານຄົ້ນ ຄວ້າສັງລວມ ແລະ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ເພື່ອນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບຢ່າງມີປະສິດທິພາບ. ຕະຫຼອດໄລຍະການຝຶກອົບຮົມ, ນັກສໍາມະນາກອນໄດ້ຮັບຟັງການບັນຍາຍເນື້ອໃນເອກະສານ ຈໍານວນ 4 ບົດ ຄື:  ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ; ວິທີການຕິດຕາມ, ເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ; ເຄືອຂ່າຍຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າ-ສັງລວມ; ນອກຈາກຮັບຟັງການບັນຍາຍເນື້ອໃນທິດສະດີແລ້ວ, ນັກສໍາມະນາກອນ ຍັງໄດ້ເຮັດທົດລອງລັກສະນະຕົວຈິງ ໂດຍຈັດຕັ້ງເປັນກຸ່ມ ເພື່ອພ້ອມກັນການຄົ້ນຄວ້າ, ໄຈ້ແຍກຄວາມແຕກຕ່າງລະຫວ່າງ ຫາງສຽງສັງຄົມ, ຂ່າວລື ແລະ ຖ້ອຍທໍານອງບິດເບືອນ, ພ້ອມດຽວກັນນັ້ນ ກໍໄດ້ວິເຄາະ, ວິໄຈສາເຫດຕົ້ນຕໍ ແລະ ຄາດຄະເນທ່າອ່ຽງຜົນກະທົບ ຂອງຫາງສຽງສັງຄົມໃນຕໍ່ໜ້າ ຕິດພັນກັບການຄົ້ນຄວ້າວິທີການ ແລະ ມາດຕະການປັບປຸງແກ້ໄຂຢ່າງລະອຽດໃນແຕ່ລະໄລຍະ; ນອກຈາກນັ້ນ, ບັນດານັກສໍາມະນາກອນ ຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄວາມຄິດຄວາມເຫັນ, ຕັ້ງຄໍາຖາມ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາກັບວິທະຍາກອນ ເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ ມີບັນຍາກາດຟົດຟື້ນ, ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ສອດ ຄ່ອງກັບສະພາບຕົວຈິງໃນເງື່ອນໄຂປັດຈຸບັນ.

 

 

ພາບ-ຂ່າວ: ຄອນສະໄໝ ກາວັນ