ສົມພິນິດ ວົງສົມບັດ

ຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ ແລະ ສະພາບການພົ້ນເດັ່ນໃນພາກພຶ້ນ ແລະ ສາກົນ.

ໃນວັນທີ 5 ກຸມພາ 2026 ຄະນະໂຄສະນາອົບຮົມສູນກາງພັກ ຈັດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ທີ່ຫ້ອງປະຊຸມໃຫຍ່ ຄອສພ(ຫລັກ6) ໃຫ້ກຽດປາຖະກະຖາໂດຍ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວຫນ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ, ມີຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ,ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວ ໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

ກົມຂໍ້ມູນຂ່າວສານ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານວິຊາສະເພາະຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ.

ໃນວັນທີ 4 ກຸມພາ 2026 ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານພາຍໃນກົມ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານວິຊາສະເພາະ ຮ່ວມກັບວິທະຍຸກະຈາຍສຽງແຫ່ງຊາດລາວ ພາຍໃຕ້ຫົວຂໍ້: ການຫັນວຽກງານເປັນທັນສະໄໝ; ໃຫ້ກຽດຕ້ອນຮັບໂດຍທ່ານ ວຽງວັດທະນາ ຊະນະພານ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພະນັກ ງານຫຼັກແຫຼ່ງ.

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການຈັດຕັ້ງ ການນໍາຂັ້ນສູງຂອງຄະນະໂຄສະນາອົບຮົມສູນກາງພັກ

ໃນຕອນເຊົ້າຂອງວັນທີ 3 ກຸມພາ 2026 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງຄະນະໂຄສະນາອົບຮົມສູນ ກາງພັກ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໂຄ ສະນາອົບຮົມສູນກາງພັກ, ທ່ານ ໂພໄຊ ໄຂຄໍາພິທູນ ກໍາມະການສູນກາງພັກ ຮອງເລຂາພັກແຂວງ ສະຫວັນນະເຂດ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

ກົມຂໍ້ມູນຂ່າວສານ ຈັດຊຸດຝຶກອົບຮົມການຄຸ້ມຄອງ, ນຳໃຊ້ລະບົບຫ້ອງສະໝຸດເອເລັກ ໂຕຣນິກ (E-Book).

ໃນຕອນເຊົ້າຂອງວັນທີ 29 ມັງກອນ 2026 ທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ກົມຂໍ້ມູນ ຂ່າວສານ ໄດ້ຈັດຊຸດຝຶກອົບຮົມການຄຸ້ມຄອງ, ນໍາໃຊ້ລະບົບຫ້ອງສະໝຸດເອເລັກໂຕຣນິກ (E-Book) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ເຂົ້າ ຮ່ວມມີ ຫົວໜ້າ ພະແນກ, ຮອງຫົວໜ້າພະແນກ, ວິທະຍາກອນຈາກສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ແລະ ພະນັກງານວິຊາການຂອງກົມຂໍ້ມູນຂ່າວສານ ເຂົ້າຮ່ວມ

ພິທີປິດຊຸດຝຶກອົບຮົມການເຜີຍແຜ່ການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກງານໃນໄລຍະໃໝ່.

ໃນຕອນເຊົ້າຂອງ ວັນທີ 28 ມັງກອນ 2026 ທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ກົມຂໍ້ມູນຂ່າວສານ ໄດ້ຈັດປິດຊຸດຝຶກອົບຮົມເຜີຍແຜ່ການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກງານໃນໄລຍະໃໝ່ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ເຂົ້າ ຮ່ວມມີ: ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ, ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ບັນດາຫົວ ໜ້າກົມ, ຮອງຫົວໜ້າກົມ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 48 ສະຫາຍ.

1 2 3 4 43