ເພສວາລະສານອະລຸນໃໝ່

ຫົວໜ້າບັນນາທິການວາລະສານອະລຸນໃໝ່ ລົງເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ

               ໃນວັນທີ 6 ກຸມພາ 2025 ສະຫາຍ ວັນລາຕີ ຄໍາວານວົງສາ ກໍາມະການຄະນະພັກ-ຄອສພ, ຫົວໜ້າບັນນາທິການວາລະສານອະລຸນໃໝ່ ພ້ອມດ້ວຍນັກຄົ້ນຄວ້າ ແລະ ທີມງານຂອງວາລະສານ ໄດ້ເດີນ ທາງ ແລະ ລົງເຄື່ອນໄຫວວຽກງານວາລະສານອະລຸນໃໝ່ ຢູ່ແຂວງວຽງຈັນ.

ວາລະສານ ອະລຸນໃໝ່ເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023

ວາລະສານ ອະລຸນໃໝ່ເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023 ໃນຕອນເຊົ້າວັນທີ 16 ພຶດສະພາ 2024 ຜ່ານມານີ້, ວາລະສານ ອະລຸນໃໝ່ ໄດ້ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2023 ເປັນກຽດເຂົ້າຮ່ວມໂດຍ

ພິທີເປີດວາລະສານອະລຸນໃໝ່ເອເລັກໂຕຣນິກ ຢ່າງເປັນທາງ ການ.

ໃນວັນທີ 9 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ມີພິທີເປີດວາລະສານອະລຸນໃໝ່ເປັນວາລະສານເອເລັກໂຕຣນິກ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍນາງ ວິລະວອນ ພັນທະວົງ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວາລະສານອະລຸນໃໝ່, ມີພາກສ່ວນທີ່ກ່ຽວເຂົ້າຮ່ວມ ແລະ ບັນດາສື່ສິ່ງພິມອອນລາຍເຂົ້າຮ່ວມຢ່າງພ້ອມພຽງ.

ວາລະສານອະລຸນໃໝ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບ ປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ສຳນັກຂ່າວ ສານປະເທດລາວ.

ວາລະສານອະລຸນໃໝ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ສຳນັກຂ່າວສານປະເທດລາວ. ໃນຕອນເຊົ້າວັນທີ 20 ມິຖຸນາ 2023 ວາລະສານ ອະລຸນໃໝ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ຂ່າວສານປະເທດລາວ ເຊິ່ງນໍາໂດຍ ທ່ານ ປອ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າວາລະສານອະລຸນໃໝ່ພ້ອມດ້ວຍຄະນະ ແລະ ວິຊາການຈາກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໂດຍການຕ້ອນຮັບຂອງ ທ່ານ ວິໄລ ມະນີລັດ ຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ພ້ອມດ້ວຍຄະນະ. ໃນພີທີທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງ-ເຄື່ອນໄຫວວຽກງານ ໃນໄລຍະຜ່ານມາໂດຍສັງເຂບໃຫ້ກັນຮັບຊາບ ໂດຍສະເພາະແມ່ນວຽກງານຂ່າວ ສານ, ວຽກງານການຫັນເປັນສື່ເອເລັກໂຕຼນິກ, ວຽກງານການພັດທະນາຍົກລະດັບຂອງວຽກງານສື່ມວນຊົນ ແລະ ອື່ນໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ. ໃນໂອກາດດັ່ງກ່າວ ທ່ານ ປອ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າວາລະສານອະລຸນໃໝ່ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະນຳຂອງສຳນັກຂ່າວສານປະເທດລາວທີ່ໄດ້ເສຍສະຫຼະເວລາຕ້ອນຮັບ, ໃຫ້ຄວາມຮູ້, ບົດຮຽນ ແລະ ປະສົບການຕ່າງໆ ໃນການເຄື່ອນໄຫວວຽກງານ ຢ່າງລະອຽດເລິກເຊິ່ງຈະແຈ້ງ. ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນເປັນບົດຮຽນທີ່ມີຄວາມສໍາຄັນ ແລະ […]

1 2 3