ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ

ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ     ໃນວັນທີ 05 ທັນວາ 2024, ທີ່ຫ້ອງປະຊຸມຊັ້ນ5 ຄະນະໂຄສະນາອົບຮົມສູນກາງພັກ ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ  ສະມາຊິກພັກທັງສອງກົມເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຕາງໜ້າເລຂາໜ່ວຍພັກຂື້ນມີຄຳເຫັນຕໍ່ສອງສະຫາຍສະມາຊິກພັກສຳຮອງທີ່ຈະເລື່ອນຂຶ້ນເປັນສະມາຊິກພັກສົມບູນໃນຄັ້ງນີ້ວ່າ: ການສືບຕໍ່ສ້າງພະນັກງານສືບທອດຜູ້ທີ່ມີຕາມມາດຖານເງື່ອນໄຂຄົບຖ້ວນ ແລະ ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕົນເອງ, ການກໍ່ສ້າງສະມາຊິກພັກຜູ້ຫ້າວຫັນແມ່ນແນໃສເພີ່ມກຳລັງແຮງເຂົ້າໃນຖັນແຖວສະມາຊິກພັກ-ພະນັກງານໃຫ້ເປັນກຳລັງແຮງໜຸ່ມແໜ້ນເພື່ອສືບທອດພາລະກິດຂອງພັກໃນອະນາຄົດ. ຫຼັງຈາກນັ້ນກໍໄດ້ຈັບມືຮັບເອົາ 2 ສະຫາຍສະມາຊິກພັກສົມບູນໃໝ່ເຂົ້າດຳເນີນຊີວິດໜ່ວຍພັກແຕ່ລະກົມຕາມກົດລະບຽບຂອງພັກ. ໃນຕອນທ້າຍພິທີ ສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີຄຳເຫັນໂອ້ລົມເຊິ່ງກ່ອນອຶ່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາສະມາຊິກພັກໃໝ່ ທັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກໃໝ່ນີ້ຈົ່ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ຢ່າງເຂັ້ມງວດໂດຍສະເພາະ 11 ຂໍ້ຫ້າມ, ສິດຂອງສະມາຊິກພັກສົມບູນ 11 ຂໍ້, […]

ໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສະຫຼຸບຕີລາຄາປະເມີນສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແໜ້ນ ປະຈໍາປີ 2024.

ໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສະຫຼຸບຕີລາຄາປະເມີນສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແໜ້ນ ປະຈໍາປີ 2024.       ໃນຕອນເຊົ້າວັນທີ 11ພະຈິກ 2024 ຫນ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມສະຫລຸບຕີລາຄາປະເມີນສະມາຊິກພັກ ແລະ ໜ່ວຍພັກປອດໃສ,

ພິທີປີດຊຸດຝຶກອົບຮົມວິທີການຂຽນບົດຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ.

ໃນຕອນບ່າຍຂອງ ວັນທີ 7 ພະຈິກ 2024 ກົມຂໍ້່ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດພິທີປີດຊຸດຝຶກອົບຮົມວິທີການຂຽນຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ຂຶ້ນທີ່ຫ້ອງປະຊຸມທາງໄກ (ຊັ້ນ4) ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຮັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ບັນດານັກສໍາມະກອນ ຈາກໂຄສະນາອົບຮົມແຂວງ ທົ່ວປະເທດ ຈໍານວນ 134 ສະຫາຍ, ຍິງ 55 ສະຫາຍ.

1 2 3 4 5 23