ຂ່າວສານ ຄອສພ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວເທດ ແລະ ວຽກງານກວດກາຄະນະໂຄສະນາອົບ ຮົມສູນກາງພັກ 5 ປີ(2016-2020), ທິດ ທາງແຜນການປະຈໍາປີ 2021.

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວເທດ ແລະ ວຽກງານກວດກາຄະນະໂຄສະນາອົບຮົມສູນກາງພັກ 5 ປີ(2016-2020), ທິດທາງແຜນການປະຈໍາປີ 2021. ໃນຕອນເຊົ້າຂອງວັນທີ 8 ເມສາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ແລະ ວຽກງານກວດກາຄະນະໂຄສະນາອົບຮົມສູນກາງພັກ 5 ປີ(2016-2020) ແລະ ວາງທິດທາງແຜນການປະຈໍາປີ 2021 ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານໂດຍ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານ ທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ຄະນະຈັດຕັ້ງພິທີ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດກອງປະຊຸມ ແນໃສ່ເພື່ອເຜີຍແຜ່ເນື້ອໃນທີ່ສໍາຄັນຂອງກອງປະຊຸມວຽກງານກວດກາທົ່ວປະເທດຂອງຄະນະກວດກາສູນກາງພັກປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ແລະ ສະຫຼຸບຕີລາຄາວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກໃນໄລຍະ 5 ປີຜ່ານມາ ແນໃສ່ເພື່ອສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ຮັບຮູ້-ເຂົ້າໃຈພາລະບົດບາດ, […]

ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່.

ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່. ໃນຕອນບ່າຍຂອງວັນທີ 6 ເມສາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່ ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະ ທານໂດຍ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຕາງໜ້າຄະນະຈັດ ຕັ້ງສູນກາງພັກ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກ ງານ ທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ຂື້ນຜ່ານ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 42/ຄລສພ, ລົງວັນທີ 12/03/2021 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່, ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 48/ຄລສພ, ລົງວັນທີ 15/03/2021 ວ່າດ້ວຍການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 43/ຄລສພ, ລົງວັນທີ 12/03/2021 ວ່າດ້ວຍການແຕ່ງຕັ້ງຮອງຄະນະໂຄສະນາອົບຮົມສູນກາງພັກ. […]

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ( 22 ມີນາ 1955 – 22 ມີນາ 2021) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດເພື່ອປະຊາຊົນ

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ( 22 ມີນາ 1955 – 22 ມີນາ 2021) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດເພື່ອປະຊາຊົນ     ໃນຕອນເຊົ້າວັນທີ 19 ມີນາ 2021ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (08 ມີນາ 1910-8 ມີນາ 2021).

ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (08 ມີນາ 1910-8 ມີນາ 2021).      ໃນຕອນເຊົ້າຂອງວັນທີ 4 ມີນາ 2021 ຜ່ານມາ. ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກລົງຢ້ຽມຢາມໂຄງການທາງລົດໄຟລາວ-ຈີນ.

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກລົງຢ້ຽມຢາມໂຄງການທາງລົດໄຟລາວ-ຈີນ.     ພາຍຫຼັງສຳເລັດການຝຶກອົບຮົມວຽກງານປາຖະກະຖາຢູ່ກະຊວງ ຍທຂ ຕິດພັນກັບຜົນສຳເລັດ

1 41 42 43 44 45 57