3 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະ ນາອົບຮົມສູນກາງພັກ ຈັດຂະບວນການແຂ່ງ ຂັນກິລາ ເພື່ອສະເຫຼີມສະ ຫຼອງວັນຊາດ 2 ທັນວາ ຄົບຮອບ 45 ປີ, ວັນເກີດຂອງ ປະ ທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ການກະກຽມກອງປະຊຸມໃຫຍ່ຂອງ ບັນ ດາໜ່ວຍພັກກົມອ້ອມຂ້າງ ຄະນະໂຄສະນາອົບຮົມສູນກາງພັກ.
3 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບຮົມສູນກາງພັກ ຈັດຂະບວນການແຂ່ງຂັນກິລາ ເພື່ອສະ ເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 45 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ການກະກຽມກອງປະຊຸມໃຫຍ່ຂອງ ບັນດາໜ່ວຍພັກກົມອ້ອມຂ້າງ ຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນບ່າຍຂອງວັນທີ 9 ທັນວາ 2020 ຜ່ານມາ, 3 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບ ຮົມສູນກາງພັກ ໄດ້ພ້ອມກັນຈັດຂະບວນການແຂ່ງຂັນກິລາບານເຕະ ຍິງ-ຊາຍ ແລະ ກິລາມວນຊົນ ຂຶ້ນທີ່ເດີນບານຫຼັກ 9; ໂດຍໃຫ້ກຽດກ່າວເປີດພິທີໂດຍ ທ່ານ ວັນຕຸລາ ຣັກນຸດ ປະທານສະຫະພັນກໍາມະບານ ຄອສພ, ເຂົ້າຮ່ວມມີ: ຄະນະພັກ ຄອສພ, ເລຂາ, ຮອງເລຂາ ແລະ ສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນການຟົດຟື້ນ. ໃນພິທີ […]