ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົບທົບກັບກະຊວງຍຸຕິທຳ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົບທົບກັບກະຊວງຍຸຕິທຳ

ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ

ພາບ-ຂ່າວ: ລັດສະໝີ ສົງຄຳຈັນ

ໃນວັນທີ 5 ຫາ 9 ກັນຍາ 2022 ທີ່ຜ່ານມາ, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົບທົບກັບກະຊວງຍຸຕິທຳ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ III ໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານ-ລັດຖະກອນອ້ອມຂ້າງກະຊວງ ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ; ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດ-ປິດຂອງ ສະຫາຍ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມັນຕີກະຊວງຍຸຕິທໍາ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ບົວ​ລີ ບັນຊາ​ລິດ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມທີ່ມາຈາກກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະຮັບຜິດຊອບຂອງກະຊວງຍຸຕິທຳ.

ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນໄປໃນໄລຍະ 5 ວັນ, ແຕ່ວັນທີ 5-9 ກັນຍາ 2022, ເຊິ່ງມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 50 ສະຫາຍ, ຍິງ 20 ​ສະຫາຍ, ມີພະນັກງານນຳພາ-ຄຸ້ມຄອງມາຈາກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ສະພາທະນາຍຄວາມແຫ່ງ ສປປ ລາວ. ເອກະສານທີ່ນໍາມາຝຶກອົບຮົມປະກອບມີ 3 ບົດຄື: ບົດທີ 1: ບັນຫາພື້ນຖານຂອງວຽກງານໂຄສະນາ, ບົດທີ 2: ເຕັກນິກໃນການຂຽນເອກະສານວຽກງານການເມືອງ-ແນວຄິດ, ບົດທີ 3: ຄຸນລັກສະນະ, ສິລະປະໃນການປາກເວົ້າ ແລະ ບາງບົດຮຽນໃນການປາຖະກະຖາ; ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອຍົກລະດັບຄວາມຮູ້, ເພີ່ມຄວາມສາມາດ, ສ້າງຈິດສໍານຶກ ແລະ ວິທີການ, ການຂຶ້ນປາຖະກະຖາຕົວຈິງ, ສ້າງທັກສະໃນການປາກເວົ້າ ແລະ ການຂຽນເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານການເມືອງຂອງຕົນ ແລະ ແນໃສ່ສ້າງບຸກຄະລາກອນຫຼັກແຫຼ່ງ ໃຫ້ກາຍ ເປັນນັກໂຄສະນາ-ປາຖະ ກະຖາທີ່ດີເດັ່ນພາຍໃນກະຊວງຂອງຕົນ ໃນອານາຄົດ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວນີ້ ສະຫາຍ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະບໍລິ ຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດໂອ້ລົມຕໍ່ຊຸດຝຶກອົບຮົມວ່າ: ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍສໍາລັບພະນັກງານ-ລັດຖະກອນພາຍໃນກະຊວງ ທີ່ຈະໄດ້ແລກ ປ່ຽນບົດຮຽນຮ່ວມກັນ ແລະ ຮຽກຮ້ອງໃຫ້ນັກສໍາມະນາກອນເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ເກັບກໍາເອົາບົດຮຽນ ແລະ ປະສົບການ ນໍາໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຂອງທຸກໆຂະແໜງການຕົນ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດຕິຜົນສູງ. ພ້ອມນັ້ນ ສະຫາຍຍັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນທຸກສະຫາຍ ຈົ່ງເພີ່ມຄວາມຮັບຜິດ ຊອບຂອງຕົນປະກອບສ່ວນເຂົ້າໃນການໂຄສະນາ-ປາຖະກະຖາ ບັນດາແນວທາງນະໂຍບາຍຂອງພັກ-ລັດ ໃຫ້ແກ່ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໄດ້ເຂົ້າໃຈຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດອັນໃຫຍ່ຫຼວງກ່ວາເກົ່າ.