ສົມພິນິດ ວົງສົມບັດ

ຜົນຮ້າຍຂອງແປ້ງນົວ.

ຜົນຮ້າຍຂອງແປ້ງນົວ. ແປ້ງນົວ ເປັນອັນຕະລາຍກວ່າທີ່ຄິດເນື່ອງຈາກວ່າແປ້ງນົວມີໂຊດຽມທີ່ເຮັດມາຈາກໂຊດາໄຟ, ເປັນອົງປະກອບສໍາຄັນແຕ່ມີຜົນຮ້າຍຕໍ່ສຸຂະພາບຂອງຄົນເຮົາເຊັ່ນ: • ເຮັດໃຫ້ພູມຕ້ານທ້ານ ຫຼື ພູມຄຸ້ມກັນຂອງຮ່າງກາຍຄົນເຮົາຫຼຸດລົງ. • ເປັນອັນຕະລາຍຕໍ່ຜູ້ທີ່ເປັນພະຍາດເຊັ່ນ: ຄວາມດັນເລືອດສູງ, ໂລກໄຕ, ໂລກຫົວໃຈເປັນຕົ້ນ. • ໃນເວລາປຸງແຕ່ງອາຫານຫາກໃສ່ແປ້ງນົວຫຼາຍກິນເຂົ້າໄປຈະເກີດມີອາການຊາ ແລະ ຮ້ອນວູບວາບທີ່ປາກ, ລິ້ນ ແລະ ໃບໜ້າ, ແໜ້ນເອິກ, ຫົວໃຈເຕັ້ນຊ້າລົງ, ຫາຍໃຈບໍ່ສະດວກເປັນຕົ້ນ. • ແປ້ງນົວເປັນອັນຕະລາຍຕໍ່ລະບົບປະສາດສາຍຕາ, ເສຍສາຍຕາ ຫຼື ເກີດຕາບອດ. • ເຮັດໃຫ້ກະດູກ ແລະ ໄຂກະດູກຂອງທ່ານຊຶ່ງເປັນສ່ວນຜະລິດເມັດເລືອດແດງໃນຮ່າງ ກາຍເຮັດໃຫ້ເລືອດຈາງໄດ້ໃນທີ່ສຸດ. • ມີສ່ວນທໍາຮ້າຍສະໝອງສ່ວນໜ້າຊຶ່ງເປັນສ່ວນສໍາຄັນໃນການຄວບຄຸມການຈະເລີນເຕີບໂຕ ແລະ ລະບົບສືບພັນຂອງຮ່າງກາຍ, ອາດຈະເປັນໝັນໄດ້.

ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ກະຊວງຍຸຕິທຳ ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ-ປາຖະກະຖາຄັ້ງທີ II.

ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ກະຊວງຍຸຕິທຳ ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ-ປາຖະກະຖາຄັ້ງທີ II. ໃນວັນທີ 1-5 ກຸມພາ 2021 ຜ່ານມາ, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ກະຊວງຍຸຕິທຳ ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ-ປາຖະກະຖາຄັ້ງທີ II ຂຶ້ນຢູ່ທີ່ ຫ້ອງປະ ຊຸມຂອງກະຊວງຍຸຕິທໍາ; ໂດຍການເປັນປະທານຮ່ວມຂອງ ທ່ານ ໄພວີ ສີບົວລີພາ ກຳມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກ ກະຊວງຍຸຕິທຳ ຮອງລັດຖະມົນຕິກະຊວງຍຸຕິທຳ ແລະ ທ່ານ ນ. ບົວລີ ບັນຊາລິດ ຄະ ນະພັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ຄູອາຈານພ້ອມດ້ວຍ ນັກສຳມະນາກອນຂອງກະຊວງຍຸຕິທຳທັງໝົດ 50 ສະຫາຍ, ຍິງ 23 ສະຫາຍ. ຈຸດປະສົງໃນການເປີດຊຸດອົບຮົມວຽກງານໂຄສະນາ-ປາຖະກະຖາໃນຄັ້ງນີ້ ເພື່ອແນ່ໃສ່ບຸກທະລຸທາງດ້ານຈິນ ຕະນາການຂອງວຽກງານແນວຄິດ, ເພື່ອຍົກລະດັບຄວາມຮູ້ທາງດ້ານວິທີການໂຄສະນາດ້ວຍປາກ ໃຫ້ບັນດານັກສຳມະນາກອນຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານໂຄສະນາ-ປາຖະກະຖາ ແລະ ມີຄວາມເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານໂຄສະນາ-ປາຖະກະຖາ ໃຫ້ມີຄວາມເຂັ້ມແຂງ. ເນື້ອໃນເອກະສານໃນການຝຶກອົບຮົມ […]

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ.

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ. ໃນຕອນບ່າຍຂອງວັນທີ 4 ກຸມພາ 2021 ຜ່ານມາ, ກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ (ໄອຊີທີ) ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ, ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ຫົວ ໜ້າກົມຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງທ່ານ ວິລະສັກ ອິນທະປະຖາ ຫົວໜ້າສະຖາ ບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ພ້ອມດ້ວຍຄະນະ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ໄດ້ກ່າວຈຸດປະສົງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງຄະນະ ແລະ ພະນັກງານຂອງ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ. ໃນການພົບປະແລກປ່ຽນບົດ ຮຽນໃນຄັ້ງນີ້ແນ່ໃສ່ ເພື່ອເຮັດໃຫ້ພະນັກງານວິຊາການທັງສອງຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງກ່ຽວກັບວຽກງານໄອທີ ກໍຄືການພັດທະນາ, […]

10 ເຄັດລັບເພື່ອກວດສອບອີເມວຫຼອກລວງ (Phishing) ທີ່ວ່ອງໄວທັນໃຈ.

10 ເຄັດລັບເພື່ອກວດສອບອີເມວຫຼອກລວງ (Phishing) ທີ່ວ່ອງໄວທັນໃຈ. ໃນໄລຍະປີທີ່ຜ່ານມາ ຈຳນວນອີເມວຫຼອກລວງ ມີການເຕີບໃຫຍ່ ແລະ ຂະຫຍາຍຕົວ ຢ່າງກ້າວກະໂດດຊຶ່ງບໍລິ ສັດດ້ານຄວາມປອດໄພທາງໄຊເບີ F5 Labs ລາຍງານວ່າ ໄດ້ພົບເຫັນຄວາມພະຍາຍາມໃນການໂຈມຕີແບບຫຼອກລວງເພີ່ມຂຶ້ນຫຼາຍເຖິງ 220% ໃນປີ 2020. ຂັ້ນຕອນ ແລະ ວິທີງ່າຍໆໃນການສັງເກດວ່າເປັນອີເມວຫຼອກລວງ ມີເນື້ອໃນດັ່ງຕໍ່ໄປນີ້: 1. ຄົນທີ່ເປີດອ່ານອີເມວ ທີ່ບໍ່ມີບັນຊີຜູ້ໃຊ້ໃນບໍລິສັດທີ່ອ້າງເຖິງ ຖ້າເຈົ້າໄດ້ຮັບຂໍ້ຄວາມໃນຮູບແບບທີ່ວ່າ “ກະລຸນາອັບເດດຂໍ້ມູນບັນຊີ PayPal” ແຕ່ເຈົ້າບໍ່ເຄີຍມີບັນຊີ PayPal ມາກ່ອນ ສິ່ງນີ້ຖືວ່າເປັນສັນຍານຂອງ Phishing ທີ່ຊັດເຈນຫຼາຍ, ເຈົ້າອາດຈະຢ້ານວ່າ ມີໃຜຄົນອື່ນມາເປີດບັນຊີໂດຍໃຊ້ຊື່ຂອງເຈົ້າ ຫຼື ບໍ່, ແຕ່ກໍ່ບໍ່ຄວນເປີດອີເມວດັ່ງກ່າວ ຄວນສອບຖາມກັບບໍລິສັດໂດຍກົງຈະດີກວ່າ. 2. ບັນຊີອີເມວຂອງເຈົ້າບໍ່ໄດ້ໃຊ້ເປັນອີເມວໃນການຕິດຕໍ່ກັບບໍລິສັດທີ່ລະບຸໄວ້ ສົມມຸດວ່າ ຖ້າເຈົ້າມີບັນຊີ PayPal ແຕ່ບໍ່ໄດ້ເຊື່ອມຕໍ່ກັບບັນຊີອີເມວທີ່ເຈົ້າໄດ້ຮັບຂໍ້ຄວາມ ລວມທັງບໍ່ເຄີຍບອກທີ່ຢູ່ອີເມວນີ້ໃຫ້ບໍລິສັດຮູ້ ບໍລິສັດກໍ່ບໍ່ຄວນທີ່ຈະສົ່ງມາທີ່ອີເມວນີ້ໄດ້. 3. ທີ່ຢູ່ອີເມວສຳລັບຕອບກັບ ທີ່ມີຄວາມຜິດປົກກະຕິ ຖືເປັນຈຸດທີ່ເຮົາຈະບໍ່ຄ່ອຍໄດ້ສັງເກດເບິ່ງ ແຕ່ກໍ່ເປັນຈຸດທີ່ສາມາດຢືນຢັນວ່າເປັນອີເມວຫຼອກລວງໄດ້ຊັດເຈນທີ່ສຸດ ເພາະເມື່ອເຈົ້າໄດ້ຮັບອີເມວຈາກບໍລິສັດທີ່ຮູ້ຈັກ ອີເມວນັ້ນກໍ່ຄວນຈະມາຈາກທີ່ຢູ່ອີເມວຂອງບໍລິສັດນັ້ນໂດຍກົງ […]

Kaspersky ເປີດເຜີຍສະຖິຕິ ປີ 2020 ພົບໄຟລ໌ອັນຕະລາຍເກີດໃໝ່ ສະເລ່ຍມື້ລະ 360,000 ໄຟລ໌ ເພີ່ມຂຶ້ນ 5.2% ຈາກປີກ່ອນ.

ສາລະໜ້າຮູ້ທາງດ້ານໄອທີ Kaspersky ເປີດເຜີຍສະຖິຕິ ປີ 2020 ພົບໄຟລ໌ອັນຕະລາຍເກີດໃໝ່ ສະເລ່ຍມື້ລະ 360,000 ໄຟລ໌ ເພີ່ມຂຶ້ນ 5.2% ຈາກປີກ່ອນ. ໃນປີ 2020, Kaspersky ກວດພົບໄຟລ໌ອັນຕະລາຍເກີດໃໝ່ສະເລ່ຍແລ້ວ ມື້ລະ 360,000 ໄຟລ໌ ຊຶ່ງເພີ່ມຂຶ້ນ 5.2% ເມື່ອທຽບກັບປີທີ່ຜ່ານມາ ສາເຫດແມ່ນໜ້າຈະມາຈາກ ການເຕີບໃຫຍ່ ແລະ ຂະຫຍາຍໂຕຢ່າງຫຼວງຫຼາຍຂອງ ໂທຈັນ (Trojan ໄຟລ໌ທີ່ເປັນອັນຕະລາຍໄດ້ຫຼາຍຢ່າງ ລວມທັງການລຶບ ຫຼື ລັກຂໍ້ມູນພ້ອມ) ແລະ ແບັກດໍ (Backdoor ໂທຈັນປະເພດໜຶ່ງທີ່ຜູ້ບໍ່ຫວັງດີ ສາມາດເຂົ້າມາຄວບຄຸມເຄື່ອງຄອມພິວເຕີຂອງເຫຍື່ອ) ເພີ່ມຂຶ້ນ 40.5% ແລະ 23% ຕາມລຳດັບ ແລະ ນີ້ແມ່ນແນວໂນ້ມ ທີ່ບອກໃນລາຍງານ Kaspersky Security Bulletin: Statistics of the Year Report ລະບົບກວດຈັບຂອງ Kaspersky […]

1 23 24 25 26 27 36