ສົມພິນິດ ວົງສົມບັດ

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບ ຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020.

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020. ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2020, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5, ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ເຂົ້າຮ່ວມມີ: ຄູອາຈານທີ່ມາຈາກຄະນະກວດກາສູນກາງພັກ, ບັນດາຄະນະກວດກາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າບັນດາກົມເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 12 ທ່ານ. ໃນພິທີ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຄັ້ງນີ້ແມ່ນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານວິຊາສະເພາະກ່ຽວກັບວຽກງານຕິດຕາມ, ກວດກາ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສາມາດນໍາໄປຄົ້ນຄວ້າ, […]

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີເປີດປ້າຍສິລາຈາ ລຶກອະນຸ ສອນສະຖານບ່ອນດຳເນີນກອງປະ ຊຸມໃຫຍ່ສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ.

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີເປີດປ້າຍສິລາຈາລຶກອະນຸສອນສະຖານບ່ອນດຳເນີນກອງປະຊຸມໃຫຍ່ສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ. ໃນວັນທີ 7 ທັນວາ 2020 ທີ່ດ່ານນໍ້າໂສຍ ເມືອງວຽງໄຊ ແຂວງຫົວພັນ, ທ່ານ ປອ ຄຳພັນ ພົມມະທັດ ກຳມະ ການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນ ດາສະຫາຍການນຳພັກ-ລັດ, ອະດີດການນຳພັກ-ລັດ ພ້ອມດ້ວຍ ບັນດາກ້ອນກຳລັງປກສ-ປກຊ, ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນແຂວງຫົວພັນ ໄດ້ພ້ອມພຽງກັນເຂົ້າຮ່ວມພິທີເປີດປ້າຍສິລາຈາລຶກອະນຸສອນສະຖານ ບ່ອນດໍາເນີນກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ 1955. ໃນພິທີສະຫາຍ ຄອນປະພັນ ເລືອງສີຈັນທອງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຫົວພັນ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອະນຸສອນສະຖານ ໄດ້ເລີ່ມດຳເນີນການກໍ່ສ້າງງຕັ້ງແຕ່ວັນທີ 25 ກັນຍາ 2020, ມາຮອດປັດຈຸບັນ […]

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດດ້ວຍເອເລັກໂຕນິກ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat).

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີໂທລະຄົມ ມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat). ໃນຕອນເຊົ້າວັນທີ 4 ທັນວາ 2020, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat) ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ; ໂດຍການເປັນປະທານຮ່ວມຂອງ ທ່ານ ບົວໄລ ຊົມພູແກ້ວ ຮັກສາການຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະ ແນກ ພ້ອມດວ້ຍວິຊາການພາຍໃນຄອສພ ເຂົ້າຮ່ວມຈຳນວນ 123 ທ່ານ, ຍິງ 67 […]

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄຳມ່ວນຄັ້ງທີ X.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄຳມ່ວນຄັ້ງທີ X. ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 29-30 ພະຈິກ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ, ຮັກສາການເຈົ້າແຂວງແຂວງຄຳມ່ວນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາ ການນໍາຂອງແຂວງ, ພະນັກງານປະຕິ ວັດ-ອະວຸໂສບຳນານ, ບັນດານັກທຸລະກິດ, ຜູ້ປະກອບການ, ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນ, ສຳຮອງ ຈຳນວນ 335 ສະຫາຍ, ຍິງ 39 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ ທັງໝົດ 20.265 ສະຫາຍ, ຍິງ 5.237 ສະຫາຍ ເຂົ້າຮ່ວມ. ໃນກອງປະຊຸມສະຫາຍ ວັນໄຊ ພອງສະຫວັນ ໄດ້ລາຍງານ ແລະ ຍົກໃຫ້ເຫັນຜົນງານ, ດ້ານດີ, […]

Facebook ຮູ້ຫຍັງກ່ຽວກັບເຮົາແດ່? ແລະ ອາດຈະຮູ້ຫຼາຍກວ່າທີ່ເຮົາຄິດ.

Facebook ຮູ້ຫຍັງກ່ຽວກັບເຮົາແດ່? ແລະ ອາດຈະຮູ້ຫຼາຍກວ່າທີ່ເຮົາຄິດ. Facebook ຮູ້ຫຍັງກ່ຽວກັບເຮົາແດ່? ປະຈຸບັນຄົນເຮົານໍາໃຊ້ Facebook ຢູ່ເປັນກິດຈະວັດປະຈໍາວັນເພື່ອຕິດຕາມຂ່າວສານ, ສົນທະນາກັບໝູເພື່ອນ, ແປ່ງປັນຂໍ້ມູນ ແລະ ເພື່ອຄວາມບັນເທິງຕ່າງໆ. ປັດຈຸບັນ Facebook ມີຜູ້ໃຊ້ງານລາຍເດືອນໃນທົ່ວໂລກຫຼາຍກວ່າ 2.6 ພັນລ້ານຄົນ ແລະ ທີ່ແນ່ນອນກໍຄື Facebook ຮູ້ຂໍ້ມູນທັງໝົດຂອງ 2.6 ພັນລ້ານບັນຊີລາຍຊື່ເຊັ່ນກັນ ບໍ່ພຽງແຕ່ຮູ້ກ່ຽວກັບຂໍ້ມູນພື້ນຖານເຊັ່ນ: ຊື່, ອາຍຸ ແລະ ການສຶກສາ, ແຕ່ຍັງຮັບຮູ້ຂໍ້ມູນສ່ວນຕົວສໍາຄັນທີ່ສຸດຫຼາຍຢ່າງ ທີ່ Facebook ກໍ່ຮັບຮູ້ໄດ້ ຊຶ່ງສ່ວນໃຫຍ່ເກີດຂຶ້ນຈາກການບໍ່ປ່ຽນແປງການຕັ້ງຄ່າ. 1. Facebook ຮູ້ວ່າເຮົາແມ່ນໃຜ? ໃນຂະນະທີ່ເຮົາສະໝັກນໍາໃຊ້ Facebook ກໍ່ຖືວ່າໄດ້ໃຫ້ຂໍ້ມູນສ່ວນຕົວໄປແລ້ວ ເຊັ່ນ: ຊື່, ອີເມວ, ເພດ, ວັນ, ເດືອນ, ປີເກີດ. ນອກຈາກນີ້ Facebook ຍັງຮູ້ວ່າໝູ່ເພື່ອນຂອງເຮົາມີໃຜແດ່ ແລະ ທີ່ສຳຄັນທີ່ສຸດຄື ມັນຈະກ່ຽວພັນໄປເຖິງສະມາຊິກໃນຄອບຄົວຂອງເຮົາອີກດ້ວຍ. 2. Facebook […]

1 26 27 28 29 30 36