ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີຝຶກອົບຮົມລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ເຄືອຄ່າຍເອເລັກໂຕຼນິກ     ໃນຕອນເຊົ້າວັນທີ 7 ກັນຍາ 2020 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງສາລະວັນ ວ່າການຫົວໜ້າກົມຂໍ້ມູນຂ່າວສານພ້ອມດ້ວຍຄະນະ

ຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ ເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີໃຫ້ຄະນະໂຄສະນາອົບຮົມແຂວງໄຊສົມບູນ

ຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ ເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີໃຫ້ຄະນະໂຄສະນາອົບຮົມແຂວງໄຊສົມບູນ ວັນທີ 02-05 ສິງຫາ ສິງຫາ 2020 ຜ່ານມາກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງໄຊສົມບູນ ເປີດຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການພັດທະນາ, ຄຸ້ມຄອງ, ບໍລິຫານຈັດການເວັບໄຊ ແລະ ການບຳລຸງຮັກສາເຄື່ອງຄອມພິວເຕີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງໄຊສົມບູນ, ເຊິ່ງໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງໄຊສົມບູນ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມໂດຍທ່ານ ຢາຊົງວ່າ ຍົງມາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ມີທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ, ມີນັກຝຶກອົບຮົມຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດຈຳນວນ 11 ສະຫາຍ, ຍິງ 2ສະຫາຍ. ເນື້ອໃນເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 2 ຫົວຂໍ້ຄື: ການພັດທະນາ, ຄຸ້ມຄອງ ແລະ ການນຳໃຊ້ເວັບໄຊ. ການບຳລຸງຮັກສາເຄື່ອງຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຼນິກ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ, ຄວາມເຂົ້າໃຈທາງດ້ານວຽກງານໄອທີ IT ໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານການເມືອງ-ແນວຄິດ […]

ກົມຂໍ້ມູນຂ່າວສານຈັດຝຶກອົບຮົມວຽກງານໄມໂຄຼຊອບທີມ (Microsoft teams) ແລະ ໂປຼແກຼມນັບຄະແນນສຽງ.

ກົມຂໍ້ມູນຂ່າວສານຈັດຝຶກອົບຮົມວຽກງານໄມໂຄຼຊອບທີມ (Microsoft teams) ແລະ ໂປຼແກຼມນັບຄະແນນສຽງ.      ໃນລະຫວ່າງວັນທີ 27-28 ກໍລະກົດ 2020 ກົມຂໍ້ມູນຂ່າວສານຈັດຝຶກອົບຮົມວຽກງານໄມໂຄຼຊອບທີມ ແລະ ໂປຼແກຼມນັບຄະແນນສຽງເຊິ່ງໄດ້ຈັດຂຶ້ນທີ່ຫ້ອງອິນເຕີເນັດຊັ້ນ 3 ກົມຂໍ້ມູນຂ່າວສານ. ໃຫ້ກຽດເປັນປະ ທານ ແລະ ກ່າວເປີດພິທີໂດຍທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ມີ: ພະນັກງານພາຍ ໃນກົມຂໍ້ມູນຂ່າວສານທັງໝົດ ແລະ ຄະນະຮັບຜິດຊອບປ່ອນບັດເລືອກຕັ້ງກອງປະຊຸມເຂົ້າຮ່ວມ.      ໃນພິທີທ່ານ ວັນຕຸລາ ຣັກນຸດວ່າການຫົວໜ້າກົມຂໍ້ມູນຂ່າວສານ ​ໄດ້ມີຄໍາເຫັນເຊິ່ງໄດ້ເນັ້ນໜັກ ຄວາມໝາຍຄວາມສຳຄັນຂອງ ການນໍາໃຊ້ໂປຼແກຼມ ເຂົ້າໃນການເຮັດວຽກແບບອອນລາຍໃນປັດຈຸບັນຂອງທຸກຂົງ ເຂດໃນໂລກທີ່ມີການລະບາດຂອງ ພະຍາດໂຄວິດ19, ສະນັ້ນ ການພັດທະນາ ແລະ ນຳໃຊ້ເຄື່ອງເອເລັກໂຕຼນິກເຂົ້າໃນການເຮັດວຽກແບບອອນລາຍຈຶ່ງມີຄວາມສໍາຄັນໃນການເຄື່ອນໄຫວປະຕິບັດວຽກງານ ໃຫ້ມີຄວາມວ່ອງໄວມາ  ແລະ ມີປະສິດທິພາບສູງ. ນອກນັ້ນທ່ານຍັງໄດ້​ຮຽກຮ້ອງ​ໃຫ້​ບັນດານັກຝຶກອົບຮົມ ​ຈົ່ງ​ຕັ້ງໜ້າຄົ້ນຄວ້າ ແລະ ກຳແໜ້ນບົດຮຽນເພື່ອໜູນໃຊ້ເຂົ້າໃນ​ວຽກງານ​ວິຊາ​ສະ​ເພາະ​ຂອງ​ຕົນ​ໃຫ້​ນັບ​ມື້​ດີ​ຂຶ້ນສ້າງຄວາມສະ ດວກໃນການຕິດຕໍ່ປະສານງານໃຫ້ມີຄວາມວ່ອງໄວ ເພື່ອປັບປຸງໜ້າທີ່ວິຊາສະເພາະຂອງຕົນໃຫ້ມີການຫັນປ່ຽນຂື້ນຢ່າງຈະແຈ້ງ.       ຫຼັງຈາກນັ້ນພະແນກໂຄສະນາຜ່ານສື່ເອເລັກໂຕຼນິກໄດ້ຂຶ້ນບັນຍາຍກ່ຽວກັບການນຳໃຊ້ໄມໂຄຼຊອບທີມໃຫ້ແກ່ພະນັກງານພາຍໃນກົມຈຸດປະສົງ​ ​ແມ່ນ​ເພື່ອ​​ຍົກ​ລະດັບ​ຄວາມ​ຮູ້​, […]

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສະຖາບັນເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຼນິກຈັດຝຶກອົບຮົມການນຳໃຊ້ໂປຼແກຼມຕ່າງໆ.

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສະຖາບັນເຕັກໂນໂລຊີຄອມພີວເຕີ ແລະ ເອເລັກໂຕຼນິກຈັດຝຶກອົບຮົມການນຳໃຊ້ໂປຼແກຼມຕ່າງໆ.

ພິທີແລກປ່ຽນບົດຮຽນກ່ຽວກັບວຽກງານເວັບໄຊລະຫວ່າງກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ກັບ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ຫ້ອງວ່າການສູນກາງພັກ

ພິທີແລກປ່ຽນບົດຮຽນກ່ຽວກັບວຽກງານເວັບໄຊລະຫວ່າງກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ກັບ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ຫ້ອງວ່າການສູນກາງພັກ    ໃນວັນທີ 11 ມີນາ 2020 ທີ່ຜ່ານມານໄດ້ມີການພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານເວັບໄຊລະຫວ່າງ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ກັບ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜຸ້ນຳປະຕິວັດ ຫ້ອງວ່າການສູນກາງພັກ ມີ: ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ຮອງກົມ, ວິຊາການພະແນກໂຄສະນາຜ່ານສື່ເອເລັກໂຕຼນິກ, ທ່ານ ບຸນເຫຼັກ ສຸປີດີ ຫົວໜ້າພະແນກໂຄສະນາຂໍ້ມູນ-ຂ່າວສານ ຂອງກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜຸ້ນຳປະຕິວັດ ພ້ອມດ້ວຍວິຊາການເຂົ້າຮ່ວມ.    ໃນພິທີ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ທາງກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜຸ້ນຳປະຕິວັດເຊິ່ງນຳໂດຍ ສະຫາຍ ບຸນເຫຼັກ ສຸປີດີ ຫົວໜ້າພະແນກໂຄສະນາຂໍ້ມູນ-ຂ່າວສານ ຂອງກົມພິພິທະພັນ ໄກສອນ ພົມວິຫານ […]

1 16 17 18 19