ພິທີເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023.
ພິທີເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝຶກອົບຮົມວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອປະຈໍາປີ 2023 ຂຶ້ນໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2023, ທີ່ ແຂວງ ອຸດົມໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ, ມີພະນັກງານຈາກສູນກາງ, ຄູອາ ຈານ ແລະ ບັນດາພະນັກງານໂຄສະນາອົບຮົມ ທີ່ມາຈາກແຂວງ ແລະ ເມືອງໃນ 7 ແຂວງພາກເໜືອ. ຈຸດປະສົງເພື່ອຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວຽກວິຊາສະເພາະໃຫ້ແກ່ພະນັກງານໂຄສະນາອົບຮົມທົ່ວປະເທດເພື່ອ “ສ້າງການຫັນປ່ຽນດ້ານຈິນຕະ ນາການ, […]