ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ.

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະ ຍາສາດເຕັກໂນໂລຊີ. ໃນຕອນບ່າຍຂອງວັນທີ 6 ກຸມພາ 2020 ຜ່ານມາ, ກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ(ໄອຊີທີ) ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ, ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງ ທ່ານ ວິລະສັກ ອິນທະປະຖາ ຫົວໜ້າສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ພ້ອມດ້ວຍຄະນະ. ໃນພິທີ ທ່ານ ວັນຕຸລາ ຣັກນຸດ ໄດ້ກ່າວຈຸດປະສົງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງ ຄະນະ ແລະ ພະນັກງານຂອງ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ. ໃນການພົບປະແລກປ່ຽນບົດ ຮຽນໃນຄັ້ງນີ້ແນ່ໃສ່ ເພື່ອເຮັດໃຫ້ພະນັກງານວິຊາການທັງສອງຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງກ່ຽວກັບວຽກງານໄອທີ ກໍຄືການພັດທະນາ, […]

ກົມຂໍ້ມູນຂ່າວສານປະກອບສ່ວນສິດສອນນັກສຶກສາປະລິນຍາຕີ ສາຂາໂຄສະນາອົບຮົມທີ່ສະຖາບັນການເມືອງການປົກຄອງແຫ່ງຊາດທ່າງອນສົກປີ 2019-2020

ກົມຂໍ້ມູນຂ່າວສານປະກອບສ່ວນສິດສອນນັກສຶກສາປະລິນຍາຕີ ສາຂາໂຄສະນາອົບຮົມທີ່ສະຖາບັນການເມືອງການປົກຄອງແຫ່ງຊາດທ່າງອນສົກປີ 2019-2020 ອີງຕາມໂຄງການຂື້ນຫ້ອງສິດສອນພາກວິຊາໂຄສະນາອົບຮົມແຕ່ລະປີທີ່ທາງ ຄອສພ ໄດ້ປະກອບສ່ວນເຂົ້າໃນແຜນການຮຽນ ແລະ ການສອນ.

ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ. ໃນຕອນເຊົ້າຂອງວັນທີ 13 ກັນຍາ 2019 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ ຈຳນວນ 3 ທ່ານທີ່ຫ້ອງປະຊຸມຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ.ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງກົມຂໍ້ມູນຂ່າວສານທັງໝົດເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີມອບໃບຢັ້ງຢືນດັ່ງກ່າວ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກເຄືອຂ່າຍເອເລັກໂຕຣນິກ ໄດ້ຂື້ນຜ່ານບົດລາຍງານການລົງຝຶກງານ ຂອງ ນັກສຶກສາຝຶກງານ 3 ທ່ານ ທີ່ມາຈາກວິທະຍາໄລ BCT (Business College Technology) ແຂວງວຽງຈັນ ພາກວິຊາວິທະຍາສາດຄອມພີວເຕີ ແລະ ວິສະວະກໍາຊອບແວ ສາຂາ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ເປັນເວລາ 2 ເດືອນ 1 ອາທິດເລີ່ມແຕ່ວັນທີ 15/10-13/12-2019 ຢູ່ກົມຂໍ້ມູນຂ່າວສານ(ພະແນກໂຄສະນາຜ່ານສື່ເອເລັກໂຕຣນິກ, ພະແນກເຄືອຂ່າຍເອເລັກໂຕຣນິກ ແລະ ພະແນກຫ້ອງສະໝຸດ ແລະ ສໍາເນົາ) […]

ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີ ປະຈຳປີ 2019 ໃຫ້ແກ່ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ

ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີປະຈຳປີ2019ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໄອທີໃຫ້ແກ່ພະນັກງານບັນດາກົມຢູ່ພາຍໃນຄອສພ ເປັນເວລາ 5 ວັນລະຫວ່າງວັນທີ 23 -27 ກັນຍາ 2019 ທີ່ຜ່ານມາ.ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ, ເຂົ້າຮ່ວມ​ມີ: ຄະນະຮັບຜິດຊອບຝຶກອົບຮົມ ແລະ ພະນັກງານວິຊາການຈາກບັນດາກົມອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກຈຳນວນ 16 ສະຫາຍ, ຍິງ 11 ສະຫາຍ. ຈຸດປະສົງ​ໃນ​ການ​ເປີດ​ຊຸດ​ອົບຮົມ​ຄັ້ງນີ້ ​ແມ່ນ​ເພື່ອ​​ຍົກ​ລະດັບ​ຄວາມ​ຮູ້​, ຄວາມ​ສາມາດ​ໃຫ້​ພະນັກງານ​ວິຊາ​ການ​ພາຍໃນ ຄອສພ ກ່ຽວກັບ​ວຽກງານຂໍ້ມູນຂ່າວສານໃຫ້ນັບມື້ນັບສູງ, ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 7 ບົດຄື: ຄວາມຮູ້ພື້ນຖານກ່ຽວກັບການສື່ສານຂໍ້ມູນ ການຮຽນຮູ້ກ່ຽວກັບຮາດແວ(Hardware) ພື້ນຖານການບຳລຸງຮັກສາລະບົບຄອມພິວເຕີ ການນຳໃຊ້ໂປຣແກຣມ Lao Antivirus, ການແກ້ໄຂໄວຣັດ ແລະ ການປ່ຽນຟອນເອກະສານ ການນຳໃຊ້ Google drive ການເກັບໄຟລ, ຂໍ້ມູນຕ່າງໆໄວ້ແຜ່ນ CD, DVD ດ້ວຍໂປຣແກຣມ Nero Express8 ການນຳໃຊ້ Microsoft Office word, […]

1 17 18 19