(Post)

ข่าวสาร (Card: 6 คอลัมน์)

ข่าวสาร (Card: 5 คอลัมน์)

ข่าวสาร (Card: 4 คอลัมน์)

ข่าวสาร (List: 3 คอลัมน์)

แสดงแบบ Card+Excerpt

ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ລົງຊຸກຍູ້ວຽກງານກວດກາ ຢູ່ຄະນະໂຄສະນາອົບຮົມແຂວງໄຊຍະບູລີ

ໃນຕອນເຊົ້າຂອງວັນທີ10 ພະຈິກ 2026ນີ້ ທ່ານ ສະຫວ່າງ ດາລາແສນ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກວດກາພັກ-ລັດ ຢູ່ທີ່ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໃຫ້ກຽດຕ້ອນຮັບໂດຍ ທ່ານ ໄຊຊານົນ ທີແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ, ມີຄະນະໂຄນາອົບຮົມແຂວງ,ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີທ່ານ ສົມລິດ ພົມມະແກ້ວ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນວຽກງານກວດກາພັກ-ລັດ ພາຍໃນຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ ທີ່ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການສະກັດກັ້ນ, ຕ້ານປາກົດການຫຍໍ້ທໍ້ຕ່າງໆ ພາຍໃນກົງຈັກການຈັດຕັ້ງ.ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນ, ຖອດຖອນບົດຮຽນຮ່ວມກັນ ໃນການແກ້ໄຂບັນຫາຕົວຈິງ ເພື່ອເຮັດໃຫ້ວຽກງານກວດກາ ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ຮັບການພັດທະນາ ແລະ ມີແບບແຜນວິທີເຮັດວຽກ ທີ່ມີປະສິດທິຜົນສູງຂຶ້ນກວ່າເກົ່າ.ໂອກາດດຽວກັນ ທ່ານ ສະຫວ່າງ ດາລາແສນ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ […]

แสดงแบบ List: 2 คอลัมน์ ต่อจากด้านซ้าย (Offset=1)

ข่าวสาร (List+Excerpt: 1 คอลัมน์)

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການລົງຕິດຕາມ, ຊຸກຍູ້ວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ ຄອສພ, ຈຸດປະສົງເພື່ອເປັນການຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ວຽກງານຄໍາຮ້ອງ ຄໍາສະເໜີ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງປະທານກວດກາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ທ່ານ ຊື່ນຊົມ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ມີບັນດາປະທານກວດກາ ຕາງໜ້າໜ່ວຍພັກທີ່ໄດ້ເຮັດວຽກງານກວດກາເຂົ້າຮ່ວມ. ທ່ານ ສະຫວ່າງ ດາລາແສນ ຮອງປະທານກວດກາ ຫົວໜ້າກົມກວດກາ ຄອສພ ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ພາຍໃນ ຄອສພ ໃນໄລຍະຜ່ານມາວ່າ: ໃນໄລຍະ 1 ປີຜ່ານມາ ຄະນະກວດກາ ຄອສພ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານກົກ, ເປັນວຽກງານແຖວໜ້າໃນການເຄື່ອນໄຫວຊີ້ນຳ-ນໍາພາຂອງຕົນ ໄດ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ, ລັດຖະກອນດ້ວຍການຈັດຕັ້ງເຊື່ອມຊຶມກຳແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍ […]

ພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານສູນກາງສະພັນກໍາມະບານລາວ

ໃນຕອນເຊົ້າ ຂອງວັນທີ 29 ເດືອນຕຸລາ 2026 ສູນກາງສະຫະພັນກໍາມະບານລາວ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານພາຍໃນສູນກາງສະຫະພັນກໍາມະບານລາວ ພາຍໃຕ້ການເປັນປະທານຮ່ວມ ແລະ ປິດພິທີ ຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ ຮອງປະທານສູນກາງສະຫະພັນກໍາມະບານລາວ ເຂົ້າຮ່ວມມີບັນດາຕາງໜ້າກົມຈາກສູນກາງສະຫະພັນກໍາມະບານລາວ ແລະ ຫົວໜ້າກົມອົບຮົມ, ຫົວໜ້າພະເແນກອົບຮົມພະນັກງານ ແລະ ສະມາຊິກພັກ (ກອຮ) ຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະຮັບ ຜິດຊອບຊຸດຝຶກອົບຮົບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ, ຍິງ 28 ສະຫາຍ. ໃນພິທີ ສະຫາຍ ນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບ (ສກລ) ໄດ້ຂຶ້ນຜ່ານບົດສະຫຼຸບຜົນການບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດການຮຽນ-ການສອນ ໃນໄລຍະ 7 ວັນຜ່ານມາ, ຕີລາຄາປະເມີນຜົນໄດ້ຮັບຂອງຜູ້ເຂົ້າຮ່ວມຝຶກຮົບຮົມ ເນື້ອໃນ, […]

ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະພາທິດສະດີສູນກາງພັກ ແລະ ຄະນະຊ່ຽວຊານຂອງພັກກອມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລາ 2026, ເວລາ 8:30 ໂມງ ສະພາທິດສະດີສູນກາພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ຕຶກສະພາທິດສະດີສູນກາງພັກ (ຫຼັກ6). ຄະນະຝ່າຍລາວນໍາໂດຍ ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ.ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ, ນັກຄົ້ນຄວ້າສະຖາບັນລັດທິມາກ ສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້: ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນດ້ວຍບັນຍາກາດດີ, ມີເນື້ອໃນອຸດົມສົມບູນ ບົດຝ່າຍລາວປະກອບມີ […]

ข่าวสาร (List: 1 คอลัมน์)